ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ຫໍພະແກ້ວ ຫໍທີ່ຄວນມາກາບໄຫວ້ເມື່ອມານະຄອນຫຼວງວຽງຈັນ







ສຸກ, ວັນທີ 10 ມິຖຸນາ 2016, ເວລາ 16:00
ພາບຈາກ: dulich-lao

          ເມືອງວຽງຈັນ ແມ່ນເມືອງໜຶ່ງທີ່ເກົ່າແກ່ຂອງລາວ ຕັ້ງຢູ່ຕາມລ່ອງແມ່ນໍ້າຂອງຕອນກາງ ເປັນເມືອງທີ່ມີບົດບາດ ແລະ ເປັນໃຈກາງທາງດ້ານ
ການເມືອງ ເສດຖະກິດ ວັດທະນະທຳ ແລະ ສັງຄົມ ຜ່ານໄລຍະປະຫວັດສາດຍາວນານປະມານ 1.200 ກວ່າປີມາແລ້ວເຄີຍໄດ້ພົວພັນແລກປ່ຽນ
ວັດທະນະທຳນຳປະເທດຈີນ ແລະ ອິນເດຍບູຮານ ກໍຄືກັບປະເທດອື່ນໆຢູ່ອາຊີອາຄະເນ. ພາຍຫລັງທີ່ພຣະເຈົ້າຟ້າງຸ່ມ ສະຖາປະນາອານາຈັກລ້ານຊ້າງ
ຢູ່ເມືອງຊວາ (ຊຽງດົງ, ຊຽງທອງ, ປະຈຸບັນຫລວງພຣະບາງ) ໃນປີ ຄ.ສ 1353 ແລະ ໄດ້ເຕົ້າໂຮມ ບັນດາເມືອງລາວບູຮານ ເຂົ້າເປັນອານາຈັກ
ລ້ານຊ້າງ ເອກະລາດ ເອກະພາບເມື່ອປີ ຄ.ສ 1357, ວຽງຈັນກໍໄດ້ສືບຕໍ່ຂະຫຍາຍຕົວມາເລື້ອຍໆ. ເມື່ອປີ ຄ.ສ 1560 ໄດ້ຮັບການສະຖາປະນາຂຶ້ນ
ເປັນ “ຈັນທະບູລີສີສະຕະນາຄະນາຫຸດອຸດຕະມະລາຊະທານີ”.


ພາບຈາກ: dulich-lao

         ຈາກນັ້ນ ເມືອງວຽງຈັນກໍໄດ້ເປັນກໍາລັງແຮງກໍ່ສ້າງພື້ນຖານເສດຖະກິດການເມືອງ, ວັດທະນະທໍາ, ສັງຄົມ ໃຫ້ຈະເລີນຮຸ່ງເຮືອງຮອບດ້ານ.
ພົງສາວະດານລາວກ່າວວ່າ: ເມືອງວຽງຈັນເປັນເມືອງໃຫຍ່ມີເຂດການປົກຄອງ ຕິດຕໍ່ກັບເມືອງມະລຸກຂະນະຄອນ,ສີໂຄດຕະບອງ (ແຂວງຄຳມ່ວນ)
ແຕ່ບໍ່ທັນມີເອກະສານຂໍ້ມູນໃດໆມາຢັ້ງຢືນເປັນຫລັກຖານທີ່ແນ່ນອນເທື່ອ. ຢູ່ໃນເຂດເມືອງວຽງຈັນນີ້ ເພິ່ນໄດ້ພົບເຫັນ ຮ່ອງຮອຍວັດທະນະທຳບູຮານ
ຫລາຍເຊັ່ນ: ໃບເສມາຫີນ ສັນຍາລັກທາງພຸທະສາສະໜາສະໄໝຕົ້ນທີ່ພຣະພຸທະສາສະໜາເຂົ້າມາໃນຂົງເຂດນີ້,ສິລາຈາລຶກມອນ,ພຣະພຸທະຮູບຫີນ,
ສິລະປະບາຢອນຂອມ,ຮູບເຈົ້າໄຊຍະວໍຣະມັນທີ VII ຂອງກະສັດຂອມ ສະຕະວັດທີ XII ແລະ ອື່ນໆ ຈຶ່ງຢັ້ງຢືນວ່າ ເມືອງວຽງຈັນເປັນເມືອງບູຮານແທ້.


ພາບຈາກ: news.com.la

          ໃນປີ ຄ.ສ 1565 ຫໍພຣະແກ້ວກໍໄດ້ຮັບການກໍ່ສ້າງຂຶ້ນ ເຊິ່ງເປັນໄລຍະໄລ່ເລຍກັບການສະຖາປານາເມືອງວຽງຈັນເປັນນະຄອນຫລວງ ຂອງອານາຈັກລ້ານຊ້າງໃຕ້ການນຳຂອງພຣະເຈົ້າໄຊຍະເຊດຖາທິຣາດ, ໃນສະຕະວັດທີ XVI ຫໍພຣະແກ້ວນີ້ສ້າງຂຶ້ນເປັນບ່ອນປະດິດສະຖານຂອງ ພຣະແກ້ວມໍຣະກົດ (ພຣະພຸທະຮູບທ່ີ່ເຮັດດ້ວຍແກ້ວມໍຣະກົດ) ຫໍນີ້ຕັ້ງຢູ່ໃນເຂດພຣະລາດຊະວັງເຈົ້າຊີວິດ, ໄກຈາກຝັງແມ່ນ້ໍາຂອງປະມານ 150 ແມັດ. ພຣະແກ້ວມໍຣະກົດ ແມ່ນມໍລະດົກທາງດ້ານວັດທະນະທໍາ ທີ່ມີຄຸນຄ່າສູງໄດ້ປະດິດຢູ່ອານາຈັກລ້ານຊ້າງໃນສະຕະວັດທີ XVI ຫາສະຕະວັດທີ XVIII ຕາມພົງສາວະດານ ລາວໄດ້ບັນທືກໄວ້ວ່າ: ເມື່ອປີ ຄ.ສ 1547 ພຣະເຈົ້າໄຊຍະເຊດຖາທິລາດ, ລາຊະໂອລົດຂອງພຣະເຈົ້າໂພທິສາລະລາດ ແຫ່ງ ນະຄອນຊຽງທອງ (ຫລວງພະບາງ) ໄດ້ຮັບການສະຖາປະນາຂຶ້ນເປັນເຈົ້າຊີວິດໄປປົກຄອງອານາຈັກລ້ານນາ (ຊຽງໃໝ່) ຕາມຄຳຂໍຮ້ອງຂອງຊາວນະຄອນ ຊຽງໃໝ່ ເຊິ່ງໃນເວລານັ້ນພຣະແກ້ວມໍລະກົດໄດ້ປະດິດສະຖານຢູ່ນະຄອນຊຽງໃໝ່ນັ້ນແລ້ວ,ພຣະເຈົ້າໄຊຍະເຊດຖາທິລາດ ໄດ້ມີຄວາມເຫລື້ອມໃສ ໃນພຣະແກ້ວມໍລະກົດເປັນ ຢ່າງຍິ່ງຈື່ງໄດ້ອັນເຊີນເອົາພຣະແກ້ວມໍຣະກົດມາປະດິດສະຖານໄວ້ນະຄອນຊຽງທອງ (ຫລວງພຣະບາງ) ເພື່ອຄວາມປອດໄພ.


ພາບຈາກ: laopost

      ຍ້ອນວ່າເວລານັ້ນນະຄອນຊຽງໃໝ່ເປັນເປົ້າໝາຍການຮຸກຮານຂອງພະມ້າ.ຕໍ່ມາໃນປີ ຄ.ສ 1560 ໄດ້ຍົກຍ້າຍນະຄອນຫລວງ ຈາກນະຄອນຊຽງທອງລົງມາສ້າງຕັ້ງເມືອງວຽງຈັນເຖິງປີ ຄ.ສ 1565 ພຣະເຈົ້າໄຊຍະເຊດຖາທິຣາດ ຈິ່ງໄດ້ໃຫ້ນາຍຊ່າງປຸກສ້າງຫໍພຣະແກ້ວຂຶ້ນ ເພື່ອເປັນບ່ອນປະດິດສະຖານຂອງພຣະແກ້ວມໍຣະກົດ ຢູ່່ພາຍໃນບໍລິເວນພຣະລາດຊະວັງຂອງພຣະອົງເອງ. ນັບແຕ່ນັ້ນມາພຣະແກ້ວມໍລະກົດໄດ້ ປະດິດສະຖານຢູ່ນະຄອນຫລວງວຽງຈັນ ຕະຫລອດຈົນມາເຖິງ ປີ ຄ.ສ 1779 ພຣະແກ້ວມໍລະກົດຈື່ງຖືກແມ່ທັບຂອງກຸງທົນບູລີຢືດໄປໄວ້ບາງກອກ, ນັບວ່າພຣະແກ້ວ ໄດ້ປະດິດສະຖານ ຢູ່ກຸງສີສະຕະນາຄະນາຫຸດນານເຖິງ 219 ປີ. ເມື່ອເວລາຜ່ານມາເລີຍມາຮອດປີ ຄ.ສ 1826 – ຄ.ສ 1829 ວຽງຈັນຖືກຈູດເຜົາຍ້ອນສົງຄາມ, ຫໍພຣະແກ້ວ ກໍຄືສິ່ງກໍ່ສ້າງອື່ນໆ ໄດ້ຖືກມ້າງເພໄປ,  ນະຄອນຫລວງວຽງຈັນ ໄດ້ກາຍເປັນເມືອງຮ້າງໄປຊົ່ວໄລຍະໜຶ່ງ. ຜ່ານໄລຍະເວລາໜຶ່ງ ສະຕະວັດ XIX ທີ່ນະຄອນຫລວງວຽງຈັນ ຖືກຖີ້ມປະຮ້າງໄປ ຈົນມາຮອດປະມານປີ ຄ.ສ 1900 ປະຊາຊົນລາວ ບັນດາເຜົ່າຈຶ່ງໄດ້ທະຍອຍກັນເຂົ້າມາຕັ້ງຫລັກແຫລ່ງຢູ່ນະຄອນວຽງຈັນ ແລະ ກໍ່ສ້າງຫໍພະແກ້ວຄືນໃໝ່ ເຊິ່ງໃນເວລານັ້ນຍັງເຫລືອແຕ່ຖານຊັ້ນລຸ່ມ, ສ່ວນເສົາ ແລະ ຝາໄດ້ຖິ້ມປະເປັນຊາກທີ່ຫັກເພຕັ້ງຢູ່ເທົ່ານັ້ນ ສ່ວນຫລາຍມີແຕ່ເຄືອໄມ້ຕົ້ນໄມ້ເກີດຂຶ້ນຖ້ວມທັບໄປໝົດ. ມາເຖິງປີ ຄ.ສ 1936 ຈຶ່ງໄດ້ມີການບູລະນະສ້ອມແປງຄືນໃໝ່ເພິ່ນໄດ້ຮັກສາຜັງກໍ່ສ້າງເດີມຂອງຫໍພຣະແກ້ວໄວ້ເກືອບໝົດ ມີແຕ່ຫລັງຄາເທົ່ານັ້ນ ໄດ້ເຮັດໃໝ່.


ພາບຈາກ: laosvisitorsguide

ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting